ຄໍາວ່າ “ແຄງ” ແມ່ນຊື່ແມງໄມ້ຈໍານວນນຶ່ງ ເອີ້ນ ແມງແຄງ. ແມງແຄງແບ່ງອອກເປັນຫຼາຍປະເພດທີ່ມີຮູບ ຮ່າງ, ຂະໜາດ, ພຶດຕິກໍາ ແລະ ການຢູ່ອາໃສ ແຕກຕ່າງກັນໄປ, ບາງແນວໂຕໃຫຍ່ກວ່າ, ບາງແນວຂາ ຍາວກວ່າ, ບາງແນວໂຕຍາວ, ບາງແນວໂຕປ້ອມ, ບາງແນວມີໜວດ. ແຕ່ໂດຍລວມແມງແຄງມີປີກ, ກິນ ໃບໄມ້ເປັນອາຫານ ແລະ ມີກິ່ນຂີວເປັນເອກະລັກຄ້າຍໆກິ່ນແມງດາ. ຍ່ຽວແມງແມ່ນອັນຕະລາຍເພາະແມ່ນ ກົດຊະນິດ ນຶ່ງດັ່ງນັ້ນຕ້ອງລະວັງບໍ່ໃຫ້ຖືກຜິວໜັງ ຫຼື ຕາ ເພາະຈະເຮັດໃຫ້ຜິວໃໝ້ ຫຼື ຕາບອດໄດ້.
ເຖິງ ຢ່າງໃດກໍດີຄົນເຮົາຍັງມັກນິຍົມຊອກຈັບແມງແຄງ ເພື່ອນໍາມາບໍລິໂພກ ໂດຍສະເພາະແມ່ນນໍາມາເຮັດແຈ່ວ ແມງແຄງ, ຊຶ່ງຄົນທີ່ມັກກໍວ່າແຊບຫຼາຍ ແຕ່ກໍມີຈໍານວນນຶ່ງທີ່ບໍ່ມັກ ແລະ ວ່າມັນກິ່ນຂີວ.
https://doodido.com/%e0%ba%84%e0%bb%8d%e0%ba%b2%e0%ba%a7%e0%bb%88%e0%ba%b2-%e0%bb%81%e0%ba%84%e0%ba%87-%e0%ba%81%e0%ba%b2%e0%ba%99%e0%ba%99%e0%bb%8d%e0%ba%b2%e0%bb%83%e0%ba%8a%e0%bb%89-%e0%bb%81/
|